ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສສ ຫວຽດນາມ ຈະ​ສົ່ງ​ອອກ​ມັນຕົ້ນ​ໃຫ້​ບັນລຸ​ເຖິງ 2 ຕື້​ໂດ​ລາ​ໃນ​ປີ 2030

     ວິທະຍຸ​ກະ​ຈ່າຍ​ສຽງ​ແຫ່ງ​ຊາດ​ຫວຽດນາມ​ລາຍ​ງານ​ວັນ​ທີ 2 ພຶດສະພາ 2024 ນີ້​ວ່າ: ກະຊວງ​ກະສິກຳ ແລະ ພັດທະນາ​ຊົນນະບົດ
ຫວຽດນາມ ຫາ​ກໍ​ຢືນຢັນ​ແຜນ​ຮ່າງ “ພັດທະນາ ແບບ​ຍືນ​ຍົງ​ຂະແໜງ​ສິນຄ້າ​ມັນຕົ້ນ ຮອດ​ປີ 2030, ວິໄສ​ທັດ​ຮອດ​ປີ 2050”. 

     ໂດຍ​ການ​ພັດທະນາ​ຂະແໜງ​ສິນຄ້າ​ມັນຕົ້ນ​ໃຫ້​ເປັນ​ປົກກະຕິ, ມີ​ສະຖຽນ​ລະ​ພາບ ແລະ ຍືນ​ຍົງ, ສ້າງ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​
ແຟ້ນ​ລະຫວ່າງ ການ​ຜະລິດ, ການ​ປຸງ​ແຕ່ງ ແລະ ການ​ບໍລິໂພກຜະລິດ​ຕະ​ພັນ ເພື່ອ​ແນໃສ່​ສ້າງ​ມູນ​ຄ່າ​ເສດຖະກິດ​ໃຫ້​ສູງ, ປະກອບສ່ວນ​ແກ້​
ໄຂ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ຊົນນະບົດ, ຍົກ​ສູງ​ມູນ
​ຄ່າ​ວົງ​ເງິນ​ສົ່ງ​ອອກ ແລະ ປົກ​ປັກ​ຮັກສາ​ສິ່ງແວດລ້ອມ. ກະຊວງ​ກະສິກຳ ແລະ ພັດທະນາ​ຊົນນະບົດໄດ້​ວາງ​ເປົ້າ​ໝາຍ​ຮອດ​ປີ 2030,  ປະ
ລິມານ​ມັນຕົ້ນ​ສົດຂອງ​ທົ່ວ​ ປະເທດ ຈະ​ບັນລຸ​ປະລິມານ 11,5-12,5 ໂຕນ, ວົງ​ເງິນ​ສົ່ງ​ອອກ​ມັນຕົ້ນ ແລະ ບັນດາ​ຜະລິດ​ຕະ​ພັນຈາກ​ມັນຕົ້ນ
ຈະ​ບັນລຸ​ແຕ່ 1,8-2 ຕື້​ໂດ​ລາ ສະຫະລັດ. ຮອດ​ປີ 2050, ຂະແໜງ​ສິນຄ້າ ມັນຕົ້ນ​ຂອງ ​ສສ ຫວຽດນາມ ຈະ​ບັນລຸ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ​
ມັນຕົ້ນ ແລະ ບັນດາ​ຜະລິດ​ຕະ​ພັນ​ຈາກ ມັນຕົ້ນ​ປະມານ 2,3-2,5 ຕື້​ໂດ​ລາ​ສະຫະລັດ. ຕາມ​ແຜນ​ຮ່າງ​ດັ່ງກ່າວ​ແລ້ວ, ທົ່ວ​ປະເທດ​ຫວຽດ
ນາມ​ ຈະ​ມີ 5 ເຂດ​ຈຸດ​ສຸມ ພັດທະນາມັນຕົ້ນ, ພັດທະນາ​ການ​ປຸງ​ແຕ່ງມັນຕົ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/05/2024